ສຸກເສີນ · ອ່ານ 3 ນາທີ

ລົດສະຕາດບໍ່ຕິດ ຄວນເຮັດແນວໃດ

ແຍກອາການໝໍ້ໄຟໝົດອອກຈາກບັນຫາອື່ນ ແລະ ວິທີພ່ວງໝໍ້ໄຟໃຫ້ຖືກລຳດັບ

  1. ສັງເກດໄຟໜ້າປັດ ຖ້າໄຟມົວ ຫຼື ມີສຽງແຕັກໆ ຕອນບິດກະແຈ ມັກເປັນໝໍ້ໄຟອ່ອນ
  2. ຖ້າໄດສະຕາດໝຸນປົກກະຕິແຕ່ເຄື່ອງບໍ່ຕິດ ມັກເປັນລະບົບນ້ຳມັນ ຫຼື ຈຸດລະເບີດ ຄວນເອີ້ນຊ່າງ
  3. ການພ່ວງໝໍ້ໄຟ: ໜີບສາຍແດງທີ່ຂົ້ວບວກຂອງລົດທີ່ໝໍ້ໄຟໝົດ ແລ້ວໜີບອີກສົ້ນທີ່ຂົ້ວບວກຂອງລົດຄັນຊ່ວຍ
  4. ໜີບສາຍດຳທີ່ຂົ້ວລົບຂອງລົດຄັນຊ່ວຍ ສ່ວນອີກສົ້ນໜີບທີ່ໂລຫະຕົວເຄື່ອງຂອງລົດທີ່ໝໍ້ໄຟໝົດ ບໍ່ໜີບທີ່ຂົ້ວລົບໂດຍກົງ
  5. ສະຕາດລົດຄັນຊ່ວຍປະໄວ້ຈັກໜ້ອຍ ແລ້ວຈຶ່ງສະຕາດລົດທີ່ໝໍ້ໄຟໝົດ ຈາກນັ້ນຖອດສາຍຍ້ອນລຳດັບ
  6. ຖ້າໝໍ້ໄຟອາຍຸເກີນ 2 ປີ ແລະ ໝົດຊ້ຳ ຄວນກວດໝໍ້ໄຟ ແລະ ໄດຊາດ

ຄຳແນະນຳທົ່ວໄປ ບໍ່ແທນຄູ່ມືລົດ ຫຼື ຄຳວິນິດໄສຂອງຊ່າງ

ຫາອູ່ທີ່ຮັບວຽກເລື່ອງນີ້ກັບໄປຄູ່ມືທັງໝົດ